ອາຊຽນ ແລະ ສະຫະພາບເອີຣົບ ຈັດກອງປະຊຸມໂຕະມົນ ຫົວໜ້າອົງການຄຸ້ມຄອງການແຂ່ງຂັນທຸລະກິດ ຄັ້ງທຳອິດ ທີ່ ຟິລິປິນ

ກອງປະຊຸມໂຕະມົນລະຫວ່າງ ອາຊຽນ-ເອີຣົບ ກ່ຽວກັບວຽກງານການແຂ່ງຂັນທຸລະກິດ ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ເມືອງມະນີລາ, ປະເທດ ຟິລິປິນ ໃນວັນທີ 5 ພຶດສະພາ 2026 ໂດຍ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມການຄ້າພາຍໃນ, ກະຊວງ ອຄ ສປປ ລາວ ແລະ ທັງເປັນປະທານ AHCA ເປັນປະທານຮ່ວມກັບ ທ່ານ Guillaume Loriot ຮອງຫົວໜ້າກົມ DG COMP ຂອງ ຄະນະກຳມາທິການເອີຣົບ.
ຫົວຂໍ້ການປຶກສາຫາລື
ກອງປະຊຸມໄດ້ສຸມໃສ່ບັນຫາທ້າທາຍຮ່ວມ ໃນສະພາບເສດຖະກິດທີ່ປ່ຽນແປງໄວ ລວມທັງ:
ການຫັນເປັນດິຈິຕອນ ແລະ ການກະຈຸກຕົວຂອງຕະຫຼາດ
ຄວາມຈຳເປັນໃນການພັດທະນາອົງການຄຸ້ມຄອງການແຂ່ງຂັນໃຫ້ມີປະສິດທິຜົນສູງ
ຕະຫຼາດດິຈິຕອນທີ່ເປີດກວ້າງ ສຳລັບ ຈນກ
ການຮ່ວມມືຂ້າມພາກພື້ນ ກ່ຽວຂ້ອງກັບພຶດຕິກຳຕ້ານການແຂ່ງຂັນຂ້າມແດນ
5 ຂົງເຂດການຮ່ວມມືໃນອະນາຄົດ
ທ່ານ ປະທານ AHCA ໄດ້ນຳສະເໜີ 5 ຂົງເຂດ ໃນຖານະຄຳເຫັນສ່ວນຕົວເບື້ອງຕົ້ນ (ຍັງບໍ່ໄດ້ຮັບການຕົກລົງຮ່ວມກັນໂດຍ ASEAN):
ລົງເລິກການຮ່ວມມືດ້ານ ຕະຫຼາດດິຈິຕອນ, ແພລດຟອມ, ຂໍ້ມູນ ແລະ AI
ການປະສານງານບັງຄັບໃຊ້ກົດໝາຍຂ້າມແດນ ໃນຄະດີຄວບລວມທຸລະກິດ, ການລວມກຸ່ມ ແລະ ການແບ່ງປັນຂໍ້ມູນ
ການສະໜັບສະໜູນຈາກ EU ໃນການຈັດຕັ້ງປະຕິບັດສັນຍາຂອບວຽກດ້ານການແຂ່ງຂັນທຸລະກິດຂອງ ASEAN
ການຮ່ວມມືດ້ານ ຄວາມຍືນຍົງ ແລະ ນະໂຍບາຍການແຂ່ງຂັນ
ສ້າງກົນໄກເພື່ອເຮັດໃຫ້ກອງປະຊຸມໂຕະມົນ ASEAN-EU ເປັນທາງການຢ່າງເປັນປົກກະຕິ
ໃນການປິດກອງປະຊຸມ, ທ່ານ ສັນຕິສຸກ ພູນສະຫວັດ ໄດ້ຢ້ຳວ່າ ອາຊຽນ ມຸ່ງໝັ້ນທີ່ຈະເສີມສ້າງການຮ່ວມມືກັບ EU ໃນຂະນະທີ່ພາບລວມການແຂ່ງຂັນທຸລະກິດ ຂອງພາກພື້ນກຳລັງພັດທະນາ. Mr. Guillaume Loriot ໄດ້ຢືນຢັນການສະໜັບສະໜູນຢ່າງເຕັມທີ່ຕໍ່ການຮ່ວມມືກັບ ASEAN.

ຂ່າວທີ່ກ່ຽວຂ້ອງ
27 ສິງຫາ 2026
ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມນຳສະເໜີ ຮ່າງວິໄສທັດ 2055 ແລະ ແຜນຍຸດທະສາດ 10 ປີ (2026-2035) ເພື່ອຄວາມສະເໝີພາບຍິງ-ຊາຍ
15 ພຶດສະພາ 2026
ກົມ MSME ເປີດກິດຈະກຳ ທັກສະເພື່ອການເຕີບໂຕ ສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ກາງ
14 ພຶດສະພາ 2026
