ກະຊວງ ອຸດສາຫະກໍາ ແລະ ການຄ້າ ພົບປະ ແລະ ປຶກສາຫາລືກັບຄະນະຊ່ຽວຊານ ສສ ຫວຽດນາມ ກ່ຽວກັບແນວທາງແກ້ໄຂບັນຫາເສດຖະກິດມະຫາພາກຕິດພັນກັບຂະແໜງອຸດສາຫະກຳ ແລະ ການຄ້າ

ວັນທີ 7 ຕຸລາ 2026 ທີ ໄດ້ຈັດກອງປະຊຸມພົບປະ ແລະ ປຶກສາຫາລືສອງຝ່າຍ ລະຫວ່າງຄະນະວິຊາການຂອງກະຊວງ ອຄ ກັບ ຄະນະຊ່ຽວຊານ ສສ ຫວຽດນາມ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບການແກ້ໄຂບັນຫາເສດຖະກິດມະຫາພາກ, ການຈັດຕັ້ງປະຕິບັດຄໍາແນະນໍາຂອງຄະນະຊ່ຽວຊານ ພ້ອມທັງແນວທາງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.ໃຫ້ກຽດເປັນປະທານ ໂດຍທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຄ ; ຝ່າຍຄະນະຊ່ຽວຊານ ສສ ນໍາໂດຍ ທ່ານ ກາວ ວຽດ ຊິງ ອະດີດຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຊິ່ງປັດຈຸບັນເປັນຫົວໜ້າຄະນະຊ່ຽວຊານ ສສ ຫວຽດນາມ. ພ້ອມນີ້ ມີຫົວໜ້າຫ້ອງການ, ຫົວໜ້າກົມ ຮອງຫົວໜ້າກົມ, ສະຖາບັນ ແລະ ພາກສ່ວນກ່ຽວຂ້ອງຂອງກະຊວງເຂົ້າຮ່ວມ.

ການພົບປະຄັ້ງນີ້ ມີຈຸດປະສົງເປັນການແລກປ່ຽນ ແລະ ທົບທວນການຈັດຕັ້ງຜັນຂະຫຍາຍຄໍາແນະນໍາຂອງຄະນະຊ່ຽວຊານ ສສ ຫວຽດນາມ ໂດຍເນັ້ນໃສ່ການຈັດຕັ້ງປະຕິບັດແຜນ 9 ເດືອນ ຕົ້ນປີ 2026, ແຜນປີ 2027 ການຜັນຂະຫຍາຍແຜນຍຸດທະສາດຂະແໜງອຸດສາຫະກຳ ແລະ ການຄ້າ 2026-2030 ທີ່ສຸມໃສ່ 3 ເສົາຄໍາ ແລະ 4 ແຜນວຽກສະໜັບສະໜູນ ຂອງບັນດາຫນ້າວຽກເຊັ່ນ: ວຽກອຸດສາຫະກຳປຸງແຕ່ງ, ວຽກພະລັງງານ, ວຽກແຮ່ທາດ, ວຽກການຄ້າ ແລະ ການບໍລິການ, ວຽກວິສາຫະກິດ SME ແລະ ການຕະຫຼາດ, ວຽກປັບປຸງກົດໝາຍ ແລະ ນິຕິກໍາ, ວຽກວິສາຫະກິດ ແລະ ເອກະຊົນ ແລະ ວຽກ ນິຈິຕອລ.

ການເປີດກອງປະຊຸມ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ໄດ້ກ່າວຕ້ອນຮັບຄະນະຊ່ຽວຊານ ສສ ຫວຽດນາມ ແລະ ສະແດງຄວາມຂອບໃຈຕໍ່ຄະນະຊ່ຽວຊານ ທີ່ໄດ້ໃຫ້ຄໍາແນະນໍາອັນເປັນປະໂຫຍດແກ່ຝ່າຍລາວ. ພ້ອມທັງເນັ້ນໃຫ້ເຫັນເຖິງຄວາມສຳຄັນໃນການນໍາເອົາຄໍາແນະນໍາຕ່າງໆມາພິຈາລະນາຢ່າງຮອບດ້ານ ແລະ ສາມາດນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດຜົນເປັນຮູບປະທໍາ. ພ້ອມກັນນີ້ ທີ່ກອງປະຊຸມໄດ້ມີການລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກຳ ແລະ ການຄ້າ ໄລຍະ 9 ເດືອນຕົ້ນປີ ແລະ ແຜນພັດທະນາໃນຕໍ່ໜ້າ ໂດຍທ່ານ ປອ ບົວວັນ ວິລະວົງ ຫົວໜ້າຫ້ອງການ.

ສໍາລັບເນື້ອໃນສໍາຄັນຂອງການປຶກສາຫາລື, ຄະນະຊ່ຽວຊານໄດ້ສະເໜີຫຼາຍປະເດັນ ໂດຍມີໃຈກາງຢູ່ທີ່ການຮັກສາສະຖຽນລະພາບເສດຖະກິດມະຫາພາກ ແລະ ການວາງພື້ນຖານໃຫ້ເສດຖະກິດສາມາດເຕີບໂຕໄດ້ຢ່າງຍືນຍົງ. ໃນນັ້ນ ໄດ້ເນັ້ນກ່ຽວກັບ, ການຜະລິດອຸດສາຫະກຳປຸງແຕ່ງ, ການຄຸ້ມຄອງພະລັງງານ-ບໍ່ແຮ່, ການນໍາເຂົ້າ-ສົ່ງອອກ, ການຄຸ້ມຄອງລາຄາ, ການສະໜອງນ້ຳມັນເຊື້ອໄຟ ແລະ ການຮັບປະກັນສະໜອງ-ຄວາມຕ້ອງການຂອງສິນຄ້າຈໍາເປັນ. ພ້ອມນັ້ນ ການຕິດຕາມລາຄາ, ກວດສອບປັດໃຈການກໍ່ຕົວຂອງລາຄາ ແລະ ມີມາດຕະການຮອງຮັບໃນກໍລະນີລາຄາສິນຄ້າຜັນຜວນຢ່າງຜິດປົກກະຕິ. ອີກປະເດັນໜຶ່ງທີ່ໄດ້ຮັບການເນັ້ນໜັກແມ່ນການປັບໂຄງສ້າງວິສາຫະກິດ ໂດຍສະເພາະວິສາຫະກິດລັດ ໃຫ້ມີປະສິດທິພາບ, ເພີ່ມຄວາມສາມາດໃນການດໍາເນີນທຸລະກິດ ແລະ ຍົກສູງບົດບາດໃນຕະຫຼາດ. ພ້ອມທັງມີຂໍ້ສະເໜີກ່ຽວກັບການກໍານົດໂຄຕ້ານໍາເຂົ້ານໍ້າມັນໃຫ້ເໝາະສົມຕາມແຕ່ລະຊ່ວງເວລາ, ເພື່ອຮັບປະກັນດຸນສົມລະຫວ່າງການສະໜອງ ແລະ ຄວາມຕ້ອງການ. ສ່ວນການຄຸ້ມຄອງລາຄານໍ້າມັນ ໄດ້ສະເໜີໃຫ້ປະກາດລາຄາພື້ນຖານເປັນໄລຍະ ແລະ ຮັບປະກັນຕົ້ນທຶນນໍາເຂົ້າ, ຄ່າຈໍາໜ່າຍ, ກໍາໄລ ແລະ ພາສີຕາມລະບຽບການ.
ຂະນະດຽວກັນ ຍັງມີການສະເໜີແນວທາງດ້ານລາຍຮັບ-ລາຍຈ່າຍງົບປະມານ, ການປັບໂຄງສ້າງໜີ້ສາທາລະນະ, ການປັບປຸງລະບຽບພາສີອາກອນ, ການກວດກາການເກັບພາສີ ກຳນົດ KPI ຢ່າງຈະແຈ້ງ ແລະ ການນໍາໃຊ້ໃບບິນເອເລັກໂຕຣນິກ. ສ່ວນໜຶ່ງຂອງຄໍາແນະນໍາຍັງມຸ່ງເນັ້ນການເພີ່ມລາຍຮັບງົບປະມານຈາກການນໍາໃຊ້ຊັບພະຍາກອນ, ການຂຸດຄົ້ນແຮ່ທາດ, ນໍ້າ ແລະ ພະລັງງານ ຄວບຄູ່ກັບການປົກປ້ອງຊັບພະຍາກອນ ແລະ ສິ່ງແວດລ້ອມ. ການນໍາໃຊ້ຮູບແບບຮ່ວມມືລະຫວ່າງພາກລັດ-ເອກະຊົນ (PPP) ເພື່ອລະດົມທຶນນອກງົບປະມານເຂົ້າມາຮ່ວມພັດທະນາພື້ນຖານໂຄງລ່າງ.
ສໍາລັບຂົງເຂດການຜະລິດ, ການຄ້າ ແລະ ການລົງທຶນ, ຄໍາແນະນໍາໄດ້ເນັ້ນໃຫ້ລາວສຸມໃສ່ການສ້າງຖານເສດຖະກິດພາຍໃນທີ່ເຂັ້ມແຂງ, ເພີ່ມກໍາລັງການຜະລິດ, ຊຸກຍູ້ການສົ່ງອອກ ແລະ ສະກັດກັ້ນການນໍາເຂົ້າສິນຄ້າຟຸ່ມເຟືອຍ. ພ້ອມທັງໃຫ້ຄວາມສໍາຄັນຕໍ່ການສ້າງສະພາບແວດລ້ອມດ້ານການລົງທຶນ-ທຸລະກິດທີ່ເອື້ອອໍານວຍ, ປັບປຸງກົນໄກ ແລະ ກົດລະບຽບໃຫ້ມີປະສິດທິພາບ, ສ້າງການແຂ່ງຂັນຢ່າງໂປ່ງໃສ ແລະ ດຶງດູດ FDI ຂະໜາດໃຫຍ່, ເປັນມິດຕໍ່ສີຂຽວ ແລະ ນໍາໃຊ້ເຕັກໂນໂລຊີສູງ.

ນອກຈາກນັ້ນ ຄະນະຊ່ຽວຊານຍັງໄດ້ສະເໜີມຸມມອງຕໍ່ການປັບປຸງບົດບາດຂອງພາກເອກະຊົນ ໂດຍໃຫ້ຖືເສດຖະກິດເອກະຊົນພາຍໃນ ແລະ ຕ່າງປະເທດ, ເສດຖະກິດຄູ່ຮ່ວມງານ ເປັນພື້ນຖານສໍາຄັນຂອງເສດຖະກິດ. ພ້ອມທັງເນັ້ນການສ້າງຄວາມເຊື່ອມໂຍງລະຫວ່າງວິສາຫະກິດລັດ ແລະ ເອກະຊົນ, ການຄຸ້ມຄອງໃນການນຳໃຊ້ນ້ຳມັນພາຍໃນ ແລະ ສົ່ງເສີມ ການນຳໃຊ້ລົດໄຟຟ້າໃນອະນາຄົດ. ສ່ວນໃນໄລຍະອານາຄົດອັນໃກ້ໆນີ້ ຈະໄດ້ສ້າງແຜນພັດທະນາພະລັງງານໄຟຟ້າ (PDP) 2026-2030, ຊຸກຍູ້ການນຳໃຊ້ລົດໄຟຟ້າ (EV) ຕາມແຜນຜັງຂອງລັດຖະບານ.
ທັງນີ້ ກອງປະຊຸມໄດ້ເນັ້ນເຖິງຄວາມສໍາຄັນຂອງການນໍາຄໍາແນະນໍາມາພິຈາລະນາຢ່າງມີລະບົບ, ກໍານົດພາກສ່ວນຮັບຜິດຊອບ, ປະສານງານລະຫວ່າງບັນດາກົມ-ສະຖາບັນ ແລະ ຜັນຂະຫຍາຍມາດຕະການຕ່າງໆໃຫ້ເປັນຮູບປະທໍາ. ການຮ່ວມມືກັບຄະນະຊ່ຽວຊານຫວຽດນາມ ໃນຄັ້ງນີ້ ຈຶ່ງເປັນອີກໜຶ່ງໂອກາດຄົ້ນຫາແນວທາງທີ່ເໝາະສົມ ເພື່ອນໍາໄປປະກອບການກໍານົດນະໂຍບາຍ ແລະ ການບໍລິຫານງານດ້ານເສດຖະກິດ.
ໃນຕອນທ້າຍ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະະມົນຕີ ໄດ້ກ່າວສະຫຼຸບ ພ້ອມທັງສະແດງຄວາມຂອບໃຈຕໍ່ຄະນະຊ່ຽວຊານ ສສ ຫວຽດນາມ ສໍາລັບການໃຫ້ຄໍາປຶກສາ ແລະ ຂໍ້ສະເໜີແນະນຳທີ່ເປັນປະໂຫຍດ. ພ້ອມນັ້ນ ຍັງໄດ້ເນັ້ນໃຫ້ບັນດາກົມ ແລະ ສະຖາບັນທີ່ກ່ຽວຂ້ອງນໍາເອົາຂໍ້ສະເໜີແນະນຳທີ່ໄດ້ ສຶກສາ, ກັ່ນຕອງ ແລະ ສືບຕໍ່ປະສານງານເພື່ອຜັນຂະຫຍາຍຕາມຄວາມເໝາະສົມໃນແຕ່ລະໄລຍະ
ການພົບປະ ແລະ ປຶກສາຫາລືຄັ້ງນີ້ ສະທ້ອນໃຫ້ເຫັນເຖິງການສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານວິຊາການ ແລະ ການແລກປ່ຽນບົດຮຽນລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ, ໂດຍສະເພາະການນໍາໃຊ້ບົດຮຽນ ແລະ ຄໍາແນະນໍາມາປະກອບການປັບປຸງການບໍລິຫານ, ການກໍານົດນະໂຍບາຍ ແລະ ການຜັນຂະຫຍາຍວຽກງານດ້ານເສດຖະກິດຂອງຂະແໜງ ອຸດສາຫະກຳ ແລະ ການຄ້າໃຫ້ສອດຄ່ອງກັບທິດທາງພັດທະນາໃນໄລຍະໃໝ່.

